ຄໍາຖາມພຣະຄັມພີ ຊຸດທີ 4

!? ແມ່ຂອງອົງພຣະເຢຊູຊື່ຫຍັງ?
a) ນາງຣຸດ
b) ເອສເທີ
c) ມາທາ
d) ມາຣີອາ

@? ຖ້ອຍຄໍາທີ່ເລີ້ມຕົ້ນພຣະທັມເພງສັຣເສີນ ກ່າວວ່າແນວໃດ?
a) ແຜ່ນດິນໂລກເປັນຂອງພຣະຜູ້ເປັນເຈົ້າ...
b) ພຣະເຈົ້າຊົງເປັນຜູ້ລ້ຽງ...
c) ຄວາມສຸກເປັນຂອງຄົນທີ່...
d) ພຣະເຈົ້າຊົງຍິ່ງໃຫຍ່...

#? ກ່ອນກັບໃຈເປັນຄຣິສຕຽນ ອັຄສາວົກໂປໂລມີຊື່ວ່າແນວໃດ?
a) ຊີໂມນ
b) ເອລີມັນ
c) ໂຊໂລ
d) ເປໂຕ

$? ໃຜເປັນຄາຕະກອນ(ຜູ້ຂ້າຄົນ) ຜູ້ທໍາອິດໃນໂລກ?
a) ອາດາມ
b) ກາອິນ
c) ອາເບນ
d) ລາເມກ

&? ຫລັງຈາກພຣະເຢຊູຊົງຄືນພຣະຊົນແລ້ວ ອັຄສາວົກຜູ້ນຶ່ງຊື່ຫຍັງທີ່ຢາກເຫັນຮອຍແຜທີ່ຖືກຕະປູຕອກ?
a) ບາໂທໂລມຽວ
b) ຢາໂກໂບ
c) ຊີໂມນ ຊາດນິຍົມ
d) ໂທມາ

*? ອີງຕາມຖ້ອຍຄໍາຂອງອັຄສາວົກໂປໂລ ການໃຫ້ແບບໃດທີ່ພຣະເຈົ້າຊົງພໍພຣະທັຍ?
a) ໃຫ້ດ້ວຍໃຈຍິນດີ
b) ໃຫ້ດ້ວຍໃຈວາງເສີຍ
c) ໃຫ້ໂດຍທີ່ບໍ່ຕ້ອງຄຶດ
d) ໃຫ້ດ້ວຍຄວາມເປັນຫ່ວງ

(? ພຣະນາມໃດຂອງພຣະເຢຊູ ທີ່ບໍ່ໄດ້ກ່າວໄວ້ໃນພຣະທັມເອຊາຢາ 9:16?
a) ພຣະເຈົ້າຊົງຣິດ
b) ພຣະບິດາຕລອດໄປ
c) ອົງສັນຕິຣາດ
d) ຜູ້ໃຫ້ຄວາມຫວັງແກ່ມະນຸດ

)? ຜູ້ຍິງຄົນນຶ່ງຊື່ຫຍັງຢູ່ເມືອງຢົບເປ ທີ່ຕາຍແລ້ວ ອັຄສາວົກເປໂຕໄດ້ຊ່ອຍໃຫ້ຄືນມາອີກ?
a) ຕາບິທາ
b) ລີເດັຽ
c) ດູຊີລາ
d) ເບນີເກ

_? ຕອນພຣະເຢຊູປ່ຽນພຣະລັກສະນະພຣະກາຍ ມີຄົນນຶ່ງທີ່ບໍ່ໄດ້ປາກົດກັບພຣະອົງຊື່ຫຍັງ?
a) ພຣະເຢຊູ
b) ໂມເຊ
c) ເອລີຢາ
d) ຊາມູເອນ

!W? ຜູ້ທີ່ແບກໄມ້ກາງແຂນຊ່ອຍພຣະເຢຊູໄປຍັງໂກລະໂກທາ ຊື່ຫຍັງ?
a) ມີກາ ຊາວເມືອງໂມເຣເຊັດກາດ
b) ຊີໂມນ ຊາວເມືອງກິເຣເນ
c) ໂຢເຊບ ຊາວເມືອງມາຣິມາທາ
d) ໂຢເຊບ ຊາວເກາະກຸບໂຣ

!!? ຜູ້ທີ່ເຖິງແກ່ຄວາມຕາຍໃນທັນທີ ຫລັງຈາກລາວຈັບຕ້ອງຫີບພັນທະສັນຍາ ຊື່ຫຍັງ?
a) ອຸດສາ
b) ມາໂລນ
c) ຣີໂອ
d) ແນບທາລີ

!@? ຊານບັນລັດແລະໂຕບີຊາ ທັງສອງເປັນຄົນບໍ່ດີ ໄດ້ກ່າວໄວ້ໃນພຣະທັມເຫຼັ້ມໃດ?
a) ເອສເທີ
b) ເນເຫມີຢາ
c) ໂອບາດີຢາ
d) ດານີເອນ

Bible Quiz provided by
www.lsbf.org