ຄໍາຖາມພຣະຄັມພີ ຊຸດທີ 5

ຊື່ແລະນາມສະກຸນ____________________________________ຄະແນນ_______

!? ກົດບັນຍັດທີ່ພຣະເຈົ້າປະທານໃຫ້ແກ່ໂມເຊ ເອີ້ນວ່າຫຍັງ?
a) ກົດຝ່າຍວິນຍານ 4 ປະການ
b) ຫຼັກ 7 ປະການທີ່ນໍາໄປສູ່ຄວາມສໍາເຣັດ
c) ພຣະບັນຍັດ 10 ປະການ
d) ບັນຍັດຮັກ 10 ປະການ
@? ອີງຕາມພຣະທັມພຣະນິມິດ ຖນົນກຸງເຢຣູຊາເລັມປູດ້ວຍຫຍັງ?
a) ປູດ້ວຍຄໍາ
b) ປູດ້ວຍເງິນ
c) ປູດ້ວຍຢາງໄມ້ຫອມ
d) ປູດ້ວຍຢາງໝາກຕອຍ

#? ອີງຕາມພຣະທັມເພງສັຣເສີນບົດທີ 119 ພຣະທັມພຣະເຈົ້າເປັນໂຄມໄຟເຍືອງຫຍັງ?
a) ເຍືອງທາງຂ້າພຣະອົງ
b) ເຍືອງຄວາມມືດໃຫ້ຂ້າພຣະອົງ
c) ເຍືອງໄພ່ພົນຂອງຂ້າພຣະອົງ
d) ເຍືອງທາງໃຫ້ຄົນຕາບອດ

$? ອັຄສາວົກໂປໂລເອີ້ນຄຸນນະສັມບັດ 9 ປະການ ຂອງຄຣິສຕຽນທີ່ເຕີບໃຫຍ່ວ່າແນວໃດ?
a) ການເກັບກ່ຽວດ້ວຍຄວາມເຊື່ອ
b) ການງານຂອງຄວາມຊອບທັມ
c) ຜົນຂອງພຣະວິນຍານ
d) ຊີວິດເໝືອນພຣະຄຣິດ

&? ຢູດາ ອິສກາຣິອົດ ຂ້າຕົນເອງຕາຍດ້ວຍວິທີໃດ ຫຼັງຈາກທໍຣະຍົດຕໍ່ອົງພຣະເຢຊູແລ້ວ?
a) ຜູກຄໍຕາຍ
b) ດື່ມຢາພິດ
c) ໂຕນໜ້າຜາ
d) ໂຕນນໍ້າຕາຍ

*? ໃນສມັຍພຣະຄັມພີເດີມ ມີຄົນນຶ່ງທີ່ມີມ້າລໍປາກເປັນ ຊື່ຫຍັງ?
a) ອາຮາບ
b) ເຢໂຮຊາຟັດ
c) ໂຊໂລໂມນ
d) ບາລາອານ

(? ບຸກຄົນນຶ່ງ ມີຊື່ເປັນພາສາເຮັບເຣີວ່າ ຮາດາຊາ ແລະມີອີກຊື່ນຶ່ງທີ່ປາກົດໃນພຣະຄັມພີ ຊື່ຫຍັງ?
a) ອັບຣາຮາມ
b) ເອັສເທີ
c) ນາງຣຸດ
d) ມາຣີອາ ໄທມັກດາລາ

)? ອີງຕາມຖ້ອຍຄໍາຂອງອັຄສາວົກໂປໂລ ແມ່ນຫຍັງທີ່ຕັ້ງຢູ່ບໍ່ຂາດຈັກເທື່ອ?
a) ຄວາມຮັກ
b) ຄວາມຈິງ
c) ຄວາມເຊື່ອ
d) ຄວາມດີ

_? ອີງຕາມພຣະທັມເຮັບເຣີ ອົງພຣະເຢຊູຊົງເປັນມະຫາປະໂຣຫິດຕລອດໄປ ລໍາດັບດຽວກັບໃຜ?
a) ອາໂຣນ
b) ໂຢຊວຍ
c) ເອລີຊາ
d) ເມຂີເຊເດັກ

!W? ຊາຍຄົນນຶ່ງຖືກເອີ້ນວ່າ ”ເປັນນາຍພານຜູ້ຍິ່ງໃຫຍ່ຂອງພຣະເຈົ້າ” ຊື່ຫຍັງ?
a) ດາວິດ
b) ກິເດໂອນ
c) ນິມໂຣດ
d) ອິສມາເອນ

!!? ຜູ້ຍິງຮັບໃຊ້ພຣະເຈົ້າຄົນນຶ່ງທີ່ພົບທ່ານເປໂຕຫລັງຈາກເທວະດາຊ່ອຍເພິ່ນອອກຈາກຄຸກ ຊື່ຫຍັງ?
a) ລີເດັຽ
b) ຢູເດັຽ
c) ໂຣເດ
d) ປີຊະກີລາ

!@? ຖ້ອຍຄໍາໃດຕໍ່ໄປນີ້ ທີ່ບໍ່ໄດ້ກ່າວໄວ້ໃນພຣະທັມຍອດເພງ?
a) ດັງນ້ອງງາມດັ່ງຫໍຄອຍສູງທີ່ເລບານອນ
b) ສະບືນ້ອງເປັນເໝືອນຖ້ວຍໃບນຶ່ງມົນໆ
c) ນິ້ວມືນ້ອງງາມດັ່ງງ່າໄມ້ສົນສີດາ
d) ຕານ້ອງທັງສອງເປັນດັ່ງສະນໍ້າທີ່ເມືອງເຮັສໂບນ

Bible Quiz provided by
www.lsbf.org